ຂໍ້ກຳນົດແລະເງື່ອນໄຂການໃຊ້ບໍລິການ

ບໍລິສັດ ຮ່ວມພັດທະນາ ເຊົ່າສິນເຊື່ອ ຈຳກັດ (RPLC)

ກຳນົດແລະເງື່ອນໄຂການໃຊ້ບໍລິການ ບໍລິສັດຮ່ວມພັດທະນາເຊົ່າສິນເຊື້ອ ຈຳກັດ

ຂໍ້ຕົກລົງຂອງສະມາຊີກໂມບາຍແອ໊ບ ຫຼື Mobile App ຕໍ່ໄປນີ້ເອີ້ນວ່າ ຂໍ້ຕົກລົງໃນການໃຊ້ບໍລິການ ເປັນຂໍ້ຕົກລົງລະຫວ່າງບໍລິສັດ ບໍລິສັດຮ່ວມພັດທະນາເຊົ່າສິນເຊື່ອ ເຊີ່ງຕໍ່ໄປນີ້ເອີ້ນວ່າ ບໍລິສັດ ຝ່າຍໜຶ່ງກັບຜູ້ລົງທະບຽນສະໝັກເປັນສະມາຊີກໂມບາຍແອ໊ບບໍລິສັດ ບໍລິສັດຮ່ວມພັດທະນາເຊົ່າສິນເຊື່ອ ເຊີ່ງຕໍ່ໄປນີ້ເອີ້ນວ່າ ລູກຄ້າ ອີກຝ່າຍໜື່ງ ເພື່ອສະມາຊີກສາມາດໃຊ້ສິດທິປະໂຫຍດຕ່າງໆ ທີບໍລິສັດກຳນົດໂດຍບໍລິສັດຂໍໃຫ້ທ່ານອ່ານແລະທຳຄວາມເຂົ້າໃຈຂໍ້ຕົກລົງຕ່າງໆໂດຍລະອຽດ ຫາກມີຂໍ້ສົງໃສກ່ຽວກັບຂໍ້ຕົກລົງຫຼືການບໍລິການໃດໆ ທ່ານສາມາດຕິດຕໍ່ສອບຖາມບໍລິສັດໂດຍທັນທີ ໂດຍລະອຽດຂໍ້ຕົກລົງມີດັ່ງຕໍ່ໄປນີ້

ຄຳນິຍາມ

ລູກຄ້າ ໝາຍເຖີງລູກຄ້າເດີມແລະລູກຄ້າປະຈຸບັນຂອງ ບໍລິສັດຮ່ວມພັດທະນາເຊົ່າສິນເຊື່ອ ເຊີ່ງເປັນບຸກຄົນທຳມະດາ

ບໍລິສັດ ໝາຍເຖີງ ບໍລິສັດ ບໍລິສັດຮ່ວມພັດທະນາເຊົ່າສິນເຊື່ອ ເຊີ່ງເປັນຜູ້ດຳເນີນການແລະບໍລິການ ການໃຊ້ງານໃຫ້ກັບລູກຄ້າ

ຂໍ້ມູນສ່ວນບຸກຄົນ ໝາຍເຖີງ ຂໍ້ມູນກ່ຽວກັບບຸກຄົນ ເຊີ່ງຈະເຮັດໃຫ້ສາມາດລະບຸຕົວຕົນບຸກຄົນນັ້ນໄດ້ ບໍ່ວ່າທາງກົງແລະທາງອ້ອມ

RPLC POINT ຫຼື RPLP ໝາຍເຖີງຄະແນນສະສົມທີ່ສາມະຊີກຈະໄດ້ຮັບຈາກການມີສ່ວນຮ່ວມໃນກິດຈະກຳຂອງບໍລິສັດ ໂດຍຈະໄດ້ຮັບສິດທີປະໂຫຍດຕ່າງໆ ເຊີ່ງເງື່ອນໄຂການໃຫ້ບໍລິການຈະເປັນໄປຕາມທີ່ບໍລິສັດກຳນົດ

ການເປີດເຜີຍຂໍ້ມູນ

1. ທ່ານຕົກລົງແລະຍີນຍອມໃຫ້ບໍລິສັດເກັບລວບລວມຂໍ້ມູນສ່ວນບຸກຄົນໃດໆ ຂອງທ່ານທີ່ໄດ້ໃຫ້ໄວ້ແກ່ບໍລິສັດແລະຫຼືຢູ່ໃນຄອບຄອງຂອງບໍລິສັດແລະຫຼືທີບໍລິສັດເກັບລວບລວມຈາກແຫ່ງອື່ນຫຼືບຸກຄົນອື່ນໃດໂດຍຖືກຕ້ອງຕາມກົດໝາຍທີ່ໃຊ້ບັງຄັບຢູ່ໃນຄະນະນັ້ນ ເຊີ່ງຕໍ່ໄປນີ້ເອີ້ນວ່າ ຂໍ້ມູນ ແລະ ຍິນຍອມໃຫ້ບໍລິສັດໃຊ້ ສົ່ງ ໂອນ ປະມວນຜົນ ແລະຫຼືເປີດເຜີຍຂໍ້ມູນໃຫ້ແກ່ບໍລິສັດໃນກຸ່ມແລະບໍລິສັດພັນມິດລວມເຖີງຜູ້ກວດສອບບັນຊີ ຜູ້ກວດສອບພາຍນອກຂອງບໍລິສັດ ໜ່ວຍງານຂອງລັດ ຜູ້ຮັບໂອນສິດຮຽກຮ້ອງ ແລະຫຼືນິຕິບຸກຄົນ ຫຼືບຸກຄົນອື່ນໆ ທີບໍລິສັດເປັນຄູ່ສັນຍາ ຫຼືມີຄວາມສຳພັນນຳ ທັງພາຍໃນແລະນອກປະເທດ ເພື່ອວັດຖຸປະສົງໃນການເກັບລວບລວມ ໃຊ້ ເປີດເຜີຍ ປະມວນຜົນ ວິເຄາະຂໍ້ມູນ ຍືນຍັນ ພິສູດຕົວຕົນ ຫຼືປັບປຸງບໍລິການ ຫຼືຜະລິດຕະພັນຕ່າງໆຂອງບໍລິສັດ ຫຼືຂອງບຸກຄົນດັ່ງກ່າວ ເພື່ອປະຕິບັດດຕາມສັນຍາເຊີ່ງທ່ານເປັນຄູ່ສັນຍາ ເພື່ອດຳເນີນການຕາມຄຳຂໍຂອງທ່ານກ່ອນເຂົ້າເຮັດສັນຍານັ້ນ ເພື່ອປະຕິບັດຕາມສັນຍາລະຫວ່າງບໍລິສັດກັບບຸກຄົນອື່ນອັນເປັນປະໂຫຍດຂອງທ່ານ ເພື່ອກວດສອບລາຍການທຸລະກຳທີອາດຈະເກີດການທຸດຈະລິດ ເພື່ອວັດຖຸປະສົງອື່ນໃດທີຕ້ອງຫ້າມຕາມກົດໝາຍແລະຫຼືເພື່ອປະຕິບັດຕາມກົດໝາຍ ຫຼືລະບຽບຂອງປະເທດໃດໆ ທີ່ໃຊ້ບັງຄັບບໍລິສັດ ຫຼືບຸກຄົນດັ່ງກ່າວ ໂດຍຄວາມຍິນຍອມດັ່ງກ່າວຂ້າງຕົ້ນທັງໝົດໃຫ້ມີຢູ່ຕະຫຼອດໄລຍະເວລາທີຜູ້ໃຊ້ບໍລິການຍັງຄົງມີບັນຊີຢູ່ກັບບໍລິສັດ

2. ທ່ານຍິນຍອມໃຫ້ບໍລິສັດ ແລະບໍລິສັດໃນກຸ່ມ ສົ່ງຂໍ້ມູນຂ່າວສານແກ່ທ່ານໄດ້ ເພື່ອນຳສະເໜີຂ່າວສານ,ກິດຈະກຳທາງການຕະຫຼາດ,ການສົງເສີມການຂາຍ,ແຄມເປນ ຫຼືນຳສະເໜີຜະລິດຕະພັນຕ່າງໆ ທີ່ເປັນປະໂຫຍດໃຫ້ແກ່ທ່ານແລະຮັບຮູ້ວ່າທ່ານສາມາດບອກເລີກ ຫຼືປະຕິເສດການຮັບຂໍ້ມູນຂ່າວສານດັ່ງກ່າວໄດ້ຕາມຊ່ອງທາງບໍລິສັດ

3. ທ່ານຕົງລົງຍິນຍອມໃຫ້ບໍລິສັດໃນກຸ່ມລວມເຖີງທະນາຄານ ແລະ ໜ່ວຍງານລັດທີຄອບຄອງຂໍ້ມູນຂອງທ່ານ ເປີດເຜີຍຂໍ້ມູນຂອງທ່ານ ເຊີ່ງໃຫ້ໄວ້ແກ່ບໍລິສັດດັ່ງກ່າວກັບບໍລິສັດ ເພື່ອກວດສອບແລະຍືນຍັນຂໍ້ມູນສ່ວນບຸກຄົນຂອງທ່ານ,ເພື່ອຮັບຂໍ້ມູນຫຼືຂ່າວສານ,ເພື່ອວັດຖຸປະສົງທາງການຕະຫຼາດແລະການສົງເສີມການຂາຍ,ເພື່ອການສະເໜີສິດທິປະໂຫຍດແລະ/ຫຼືສະເໜີຂາຍສິນຄ້າຫຼືບໍລິການໃດໆ,ເພື່ອປະໂຫຍດໃນການໃຫ້ບໍລິການຫຼືເຮັດກິດຈະກຳທາງການເງິນ,ຫຼືເພື່ອວັດຖຸປະສົງອື່ນທີ່ບໍ່ຕ້ອງຫ້າມຕາມກົດໝາຍ

4. ທ່ານຕົກລົງຍິນຍອມເຮັດຕາມນະໂຍບາຍບໍລິສັດທີປະຕິບັດຕາມກົດໝາຍເຊັ່ນ ກົດໝາຍການປ້ອງກັນແລະສະກັດກັ້ນການຟອກເງິນ ກົດໝາຍການປ້ອງກັນແລະສະກັດກັ້ນການສະໜັບສະໜູນທາງການເງິນແກ່ການກໍ່ການຮ້າຍແລະແຜ່ຂະຫຍາຍອາວຸດທີມີອານຸພາບທຳຮ້າຍລ້າງສູນແລະກົດໝາຍອື່ນໆທີບໍລິສັດຕ້ອງປະຕິບັດຕາມທັງໃນປະເທດແລະນອກປະເທດ ເຊີ່ງລວມເຖີງການດຳເນີນການກວດສອບຍືນຍັນຕົວຕົນ ການກວດສອບປະຫວັດການກວດສອບເຄດິດ ການທຳຄວາມຮູ້ຈັກກັບລູກຄ້າ ການກວດສອບເພື່ອຮູ້ຂໍ້ເທັດຈີງກ່ຽວກັບລູກຄ້າແລະການກວດສອບອື່ນໆ ລວມເຖີງການກວດສອບສາທາລະນະ ຂອງໜ່ວຍງານກຳກັບດູແລ ແລະ/ຫຼື ຂໍ້ມູນບຸກຄົນທີຖືກກຳນົດແລະການດຳເນີນການຍ່າງຕໍ່ເນື່ອງ ເພີ່ມໃຫ້ເປັນໄປຕາມກົດໝາຍໃດໆທີ່ກ່ຽວຂ້ອງ

5. ທ່ານຕົກລົງຍິນຍອມໃຫ້ບໍລິສັດແຈ້ງເຕືອນການເຮັດກິດຈະກຳ

6. ທ່ານຕົກລົງຍິນຍອມໃຫ້ບໍລິສັດຮຽກຊຳລະໜີ້ທີ່ທ່ານຄ້າງຊຳລະກັບບໍລິສັດ (ເຊັ່ນ ໃນກໍລະນີທີ່ທ່ານຍັງບໍ່ໄດ້ຊຳລະໜີ້ສິນເຊື່ອ ແລະ/ຫຼືຄ່າທຳນຽມຄ້າງຊຳລະ )

7. ທ່ານຕ້ອງຮັບຜິດຊອບໃນການເກັບຮັກສາຄວາມປອດໄພ ແລະ ຄວບຄຸມຍ່າງພຽງພໍສຳຫຼັບ ID,ລະຫັດຜ່ານ,PIN ຫຼືລະຫັດໄດ້ທັງໝົດທີ່ໃຊ້ເພື່ອເຂົ້າເຖີງບັນຊີ ຫາກມີການເຮັດກິດຈະກຳດ້ວຍລະຫັດຜ່່ານ ລ໊ອກອີນຂອງທ່ານ ໃຫ້ຖືວ່າທ່ານດຳເນີນກິດຈະກຳນັ້ນໆດ້ວຍຕົວເອງທັງໝົດ

8. ສິດຕາມກົດໝາຍຂອງທ່ານ

ຊັບສິນທາງປັນຍາ

ທ່ານຕົກລົງແລະຮັບຮູ້ວ່າຂໍ້ມູນໃນໂມບາຍແອ໊ບ,ຮູບແບບໃຫ້ການບໍລິການ ລວມເຖີງເຄື່ອງໝາຍການຄ້າ ເປັນຊັບສິນທາງປັນຍາ ເຊີ່ງເປັນກຳມະສິດຂອງບໍລິສັດ ຫ້າມບໍ່ໃຫ້ທ່ານໂອນອະນຸຍາດ ຮຽນແບບ ຫຼື ອານຸຍາດໃຫ້ບຸກຄົນອື່ນເອົາສິດດັ່ງກ່າວໄປໃຊ້ໃນທາງອື່ນໃດ ນອກເໜືອຈາກການໃຊ້ເພື່ອປະໂຫຍດຂອງການໃຊ້ບໍລິການຕາມຂໍ້ຕົກລົງລະຫວ່າງບໍລິສັດແລະສະມາຊີກເທັ່ານັ້ນ ຫາກມີການຝ່າຝືນການກະທຳດັ່ງກ່າວ ບໍລິສັດມີສິດຈະດຳເນີນການຕາມກົດໝາຍກັບຜູ້ທີກະທຳການລະເມີດສິດໃນຊັບສິນທາງປັນຍາຂອງບໍລິສັດ

ການໃຫ້ບໍລິການແລະຂໍ້ຈຳກັດໃນການໃຊ້ງານ

1. ທ່ານສາມາດເຂົ້າຮ່ວມກິດຈະກຳຜ່ານໂມບາຍແອ໊ບໄດ້ໃນທຸກພື້ນທີ ທີ່ອຸປະກອນເຊື່ອມຕໍ່ອີນເຕີເນ້ດ

2.ການໃຊ້ງານໂມບາຍແອ໊ບໃຫ້ບໍລິການໃນເຂດພື້ນທີສາທາລະລັດປະຊາທິປະໄຕປະຊາຊົນລາວ ຈົນກວ່າບໍລິສັດຈະທຳການແຈ້ງພື້ນທີໃຫ້ບໍລິການເພີ່ມຕື່ມ ທາງຊ່ອງທາງຮັບຂ່າວສານຕໍ່ໄປ

ການປ່ຽນແປງແກ້ໄຂເພີ່ມຕື່ມ

ທ່ານຕົກລົງແລະຍອມຮັບຜູກພັນຕາມຂໍ້ກຳນົດແລະເງື່ອນໄຂຂອງການເປັນລູກຄ້າທີບໍລິສັດກຳນົດໄວ້ຄະນະທີ່ເຮັດສັນຍາ ແລະ ລວມເຖີງການປ່ຽນແປງແກ້ໄຂທີ່ອາດມີຂື້ນໃນພາຍໜ້າ ໂດຍບໍລິສັດບໍ່ໄດ້ແຈ້ງລ່ວງໜ້າ

ຂໍ້ສົງໃສ ຂໍ້ສະເໜີແນະ

ບໍລິສັດຈະພິຈາລະນາ ວິທີການຕິດຕໍ່,ໃຫ້ຂໍ້ມູນຂ່າວສານກັບສະມາຊີກໂດຍວິທີການທີບໍລິສັດເຫັນວ່າເໝາະສົມ ເຊັ່ນ ການປະກາດໄວ້ໃນໂມບາຍແອ໊ບ ຫຼື ຊ່ອງທາງຕິດຕໍ່ໃດໆທີ່ສະມາຊີກໄດ້ໃຫ້ຂໍ້ມູນກັບບໍລິສັດ

ສະມາຊີກສາມາດຕິດຕໍ່ກັບບໍລິສັດດ້ວຍຊ່ອງທາງເຫຼົ່ານີ້

ສອບຖາມ ສະເໜີແນະກ່ຽວກັບຮູບແບບການໃຫ້ບໍລິການ,ສິດປະໂຫຍດ ແລະຂໍ້ມູນກິດຈະກຳ ໝາຍເລກໂທລະສັບ (+856) 020-29880022

ສອບຖາມ ແຈ້ງປັນຫາໃນການໃຊ້ງານໂມບາຍແອ໊ບ ໝາຍເລກໂທລະສັບ (+856) 020-29880022