ປະຫວັດຄວາມເປັນມາຂອງພວກເຮົາ RPLC
ຮ່ວມພັດທະນາ ເຊົ່າສິນເຊື່ອ ເພາະເຮົາຊື່ສັດແລະຮັບຜິດຊອບສະເໝີ

ບໍລິສັດຮ່ວມພັດທະນາເຊົ່າສິນເຊື່ອ ຈຳກັດ ກໍ່ຕັ້ງຂື້ນໃນປີ 2011 ໂດຍນັກລົງທືນຊາວໄທ ເພື່ອດຳເນີນທຸລະກິດ ເຊົ່າສິນເຊື່ອລົດຈັກ ໄດ້ຈົດທະບຽນທີ່ ສປປ ລາວ ໃນປີ 2011 ດ້ວຍທືນຈົດທະບຽນ 4,005,000,000 ກີບ. ໂດຍໄດ້ຮັບອະນຸຍາດໃຫ້ດຳເນີນທຸລະກິດເຊົ່າສິນ ເຊື່ອຈາກທະນາຄານແຫ່ງ ສປປ ລາວ ເພື່ອໃຫ້ບໍລິການສິນເຊື່ອແກ່ລູກຄ້າຜູ້ທີ່ມີຄວາມຕ້ອງການເຊົ່າສິນເຊື່ອລົດຈັກໃໝ່ ,ລົດຈັກມືສອງ ແລະ ລົດໃຫຍ່ ໃນສາທະລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ປະຈຸບັນ ບໍລິສັດຮ່ວມພັດທະນາເຊົ່າສິນເຊື່ອ ຈຳກັດ ມີສຳນັກງານໃຫຍ່ ຕັ້ງຢູ່ຖະໜົນເລກທີ 13 ເໜືອ ໜ່ວຍ 40 ບ້ານນາເລົ່າ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ແລະ ມີສາຂາເປີດໃຫ້ບໍລິການໃນຕ່າງແຂວງອີກຈຳນວນ 3 ແຫ່ງ ຄື: ແຂວງສະຫວັນນະເຂດ, ແຂວງຈຳປາສັກ ແລະ ແຂວງຫຼວງພະບາງ. ຕໍ່ມາທຸລະກິດເຊົ່າສິນເຊື່ອມີການເຕີບໃຫຍ່ຢ່າງໄວວາ ຈຶ່ງໄດ້ມີການເພີ່ມທຶນຈົດທະບຽນ ໃນປີ 2023. ເພີ່ມທຶນຈົດທະບຽນເປັນ 5,200,000,000 ກີບ ແລະ ເພື່ອເປັນການຂະຫຍາຍກິດຈະການ ຮອງຮັບການເຕີບໃຫຍ່ຂອງທຸລະກິດ ບໍລິສັດຮ່ວມພັດທະນາເຊົ່າສິນເຊື່ອ ໄດ້ມີການຂະຫຍາຍການລົງທຶນໄປທີ່ປະເທດກຳປູເຈຍ ໃນປີ 2014 ເຊິ່ງປະຈຸບັນມີສາຂາເປີດໃຫ້ບໍລິການທີ່ກຳປູເຈຍທັງໝົດ 4 ສາຂາ. ຕະຫຼອດໄລຍະເວລາ 10 ກວ່າປີ ທີ່ບໍລິສັດຮ່ວມພັດທະນາເຊົ່າສິນເຊື່ອໄດ້ໃຫ້ບໍລິການແກ່ລູກຄ້າ ພວກເຮົາໄດ້ມຸ່ງໝັ້ນ ແລະ ພັດທະນາງານບໍລິການ ເພື່ອໃຫ້ສາມາດບໍລິການລູກຄ້າໄດ້ທຸກພື້ນທີ່ ບໍ່ວ່າຈະເປັນການອອກຮັບໃຊ້ລູກຄ້ານອກສະຖານທີ່ ການບໍລິການຜ່ານ Mobile app ຕະຫຼອດຈົນຜ່ານຊ່ອງທາງ Online ອື່ນໆ ເຊັ່ນວ່າ Fanpage Facebook Whatapp ແລະ tiktok ເປັນຕົ້ນ
ວິໄສທັດ RPLC
ບໍລິສັດຮ່ວມພັດທະນາເຊົ່າສິນເຊື່ອ ຈຳກັດ ມຸ່ງໝັ້ນທີ່ຈະເປັນ ( ສຳນັກງານສິນເຊື່ອໃນຝັນຂອງລູກຄ້າ ) ໂດຍການສະໜອງຄວາມຕ້ອງການຂອງຜູ້ໃຊ້ບໍລິການສິນເຊື່ອໃຫ້ບັນລຸຈຸດມຸ່ງໝາຍດ້ວຍຂະບວນການເຮັດວຽກທີ່ມີມາດຕະຖານ ແລະ ການບໍລິການທີ່ມີຄຸນນະພາບ
ສະດວກໃຊ້
ດ້ວຍເງືອນໄຂ ຂັ້ນຕອນການໃຫ້ບໍລິການບໍ່ຫຍຸ້ງຍາກ ສະດວກ ວ່ອງໄວ ດ້ວຍການນຳໃຊ້ເທັກໂນໂລຍີເຂົ້າມາປະສົມປະສານເພື່ອໃຫ້ບໍລິການແກ່ລູກຄ້າ
ສະດວກໃຈ
ບໍລິການເປັນກັນເອງ ປຽບເໝືອນໝູ່ເພື່ອນ ຍາດພີ່ນ້ອງ ທີ່ຊ່ວຍໃຫ້ຄຳແນະນຳ ແລະ ຊ່ວຍເຫຼືອ ທາງດ້ານການເງິນໃຫ້ແກ່ລູກຄ້າ ເພື່ອໃຫ້ລູກຄ້າມີລົດ ແລະຊັບສິນປະເພດອະສັງຫາລິມະຊັບອື່ນໆ ເພື່ອອຳນວຍຄວາມສະດວກໃນຊີວິດປະຈຳວັນ ແລະ ສຳລັບການປະກອບອາຊີບຂອງລູກຄ້າ
ສະບາຍໃຈ
ດ້ວຍເງືອນໄຂ ຜະລິດຕະພັນ ຫຼາກຫຼາຍ ຜ່ອນຜັນ ລາຄາເໝາະສົມ ກຳມະສິດຍັງເປັນຂອງລູກຄ້າ
ໝັ້ນໃຈ
ດ້ວຍລະບົບການຮັບປະກັນຄຸນນະພາບຂອງງານບໍລິການ
ເຊີ່ງພວກເຮົາມີຄ່ານິຍົມຫຼັກຂອງອົງກອນ ພາຍໃຕ້ຄຳວ່າ
" ເພາະເຮົາຊື່ສັດ ແລະ ຮັບຜິດຊອບສະເໝີ "
ບໍລິສັດຮ່ວມພັດທະນາເຊົ່າສິນເຊື່ອ ຈຳກັດ ມີສິນເຊື່ອໃຫ້ບໍລິການຫຼາກຫຼາຍ ໄດ້ແກ່ : ເຊົ່າສິນເຊື່ອລົດຈັກ, ເຊົ່າສິນເຊື່ອລົດໃຫຍ່, ເຊົ່າສິນເຊື່ອລົດຈັກກົນທາງການກະເສດ ຊື້ທອງຄຳເງິນຜ່ອນ ແລະ ທາງພວກເຮົາຕ້ອງການ ແບ່ງເບົາພາລະໃຫ້ແກ່ລູກຄ້າ ຈື່ງມີຜະລິດຕະພັນສຳລັບຍ້າຍໄຟແນ້ນໃຫ້ແກ່ລູກຄ້າທີ່ຕິດສັນຍາກັບສະຖາບັນອື່ນ ໂດຍທີ່ສັນຍາເກົ່າເປັນ ສັນຍາສະກຸນເງິນຕາຕ່າງປະເທດແລ້ວຢາກປ່ຽນມາເຮັດສັນຍາສະກຸນເງິນກີບ ລວມຮອດການຂະຫຍາຍອາຍຸສັນຍາເພີ່ມຂື້ນ ອີກດ້ວຍ
ບໍລິສັດຮ່ວມພັດທະນາເຊົ່າສິນເຊື່ອ ຈຳກັດ ເປີດໃຫ້ບໍລິການ ວັນຈັນ - ສຸກ ເວລາ 8:15 - 17:00 ໂມງ ວັນເສົາ - ວັນທິດ ເວລາ 8:15 - 15:30 ໂມງ
