ຊື້ລົດຕໍ່ຈາກໝູ່ ຈັດໄຟແນນໄດ້ບໍ່ ?

13 พ.ค. 2565 08:56:20 น.

ສ່ວນໃຫຍ່ຄົນທີຢາກໄດ້ລົດໃຫຍ່ມືສອງສະພາບດີມາໃຊ້ງານຈັກຄັນ ມັກຈະເລືອກໄປເບີງລົດທີຮ້ານຂາຍລົດມືສອງ ເພາະມີການບໍລິການ ທີຄົບເຄື່ອງໃຫ້ກັບລູກຄ້າໂດຍບໍ່ຕ້ອງໄປດຳເນີນການໃດໆດ້ວຍຕົວເອງເຊີ່ງລວມເຖີງການຈັດໄຟແນນ ຫຼື ຂໍສິນເຊື່ອລົດໄດ້ນຳ ແຕ່ຮູ້ຫຼືບໍ່ວ່າຄວາມຈີງແລ້ວການຊື້ລົດຕໍ່ຈາກຄົນຮູ້ຈັກ ກໍ່ສາມາດນຳເຂົ້າມາຈັດໄຟແນນໄດ້ບໍ່ຕ່າງກັນ ເຊີ່ງສາມາດເຮັດໄດ້ທັງກໍລະນີລົດມືສອງທີ່ຜ່ອນໝົດແລ້ວຫຼືຍັງຜ່ອນບໍ່ໝົດ

 

**ກໍລະນີຊື້ລົດໃຫຍ່ມືສອງທີຜ່ອນໝົດແລ້ວ

ໃນກໍລະນີຊື້ລົດໃຫຍ່ມືສອງທີຜ່ອນໝົດແລ້ວນັ້ນ ເມື່ອຕົກລົງລາຄາຊື້ຂາຍກັບເຈົ້າຂອງເດີມໄດ້ແລ້ວ ຜູ້ຊື້ສາມາດຍື່ນຂໍສິນເຊື່ອກັບບໍລິສັດເຊົ່າສິນເຊື່ອຫຼືບໍລິສັດໄຟແນນໄດ້ເລີຍ ໂດຍເອກະສານທີ່ໃຊ້ໃນການຍື່ນຈັດໄຟແນນປະກອບມີ ເອກະສານປະຈຳຕົວ ເອກະສານສະແດງລາຍໄດ້ ເອກະສານເລັ້ມທະບຽນລົດ ເພື່ອໃຫ້ບໍລິສັດເຊົ່າສິນເຊື່ອ ຫລື ໄຟແນນປະເມີນຄຸນສົມບັດຂອງຜູ້ຂໍສິນເຊື່ອລົດແລະລາຄາຂອງລົດ

 

**ກໍລະນີລົດໃຫຍ່ມືສອງທີ່ຍັງຜ່ອນບໍ່ທັນໝົດ

ປະຈຸບັນການຊື້ລົດໃຫຍ່ມືສອງທີ່ຍັງຜ່ອນບໍ່ໝົດສາມາດເຮັດໄດ້ງ່າຍຂື້ນ ແລະ ສາມາດຂໍຈັດໄຟແນນໄດ້ບໍ່ຕ່າງຈາກລົດໃຫຍ່ທີຜ່ອນຄ່າງວດໝົດແລ້ວ ເຊີ່ງກໍລະນີຜູ້ຊື້ແລະເຈົ້າຂອງລົດດຳເນີນການປ່ຽນຊື່ຜູ້ຂໍສິນເຊື່ອໃນສັນຍາສິນເຊື່ອລົດຈາກສະບັ້ບເດີມໃຫ້ເປັນຂອງຜູ້ຊື້ຄົນໃໝ່ ເວົ້າງ່າຍໆ ກໍ່ຄື່ປ່ຽນຕົວລູກໜີ້ຈາກເຈົ້າຂອງເດີມໄປເປັນຜູ້ຊື້ຄົນໃໝ່ ໂດຍໃຫ້ຜ່ອນຕໍ່ຈາກສັນຍາສິນເຊື່ອສະບັ້ບໃໝ່ນັ້ນເອງເຊີ່ງການດຳເນີນການກໍ່ບໍ່ຕ່າງຈາກກໍລະນີຊື້ລົດໃຫຍ່ມືສອງທີຜ່ອນໝົດແລ້ວ

ຈະເຫັນໄດ້ວ່າການຊື້ລົດໃຫຍ່ມືສອງຕໍ່ຈາກໝູ່ ແລະ ຈັດໄຟແນນຕໍ່ນຳສະຖາບັນການເງິນບໍ່ແມ່ນເລື່ອງຫຍຸ້ງຍາກຄື່ທີເຮົາຄິດເລີຍ ເພາະຂັ້ນຕອນຕ່າງໆ ນັ້ນກໍ່ຄື່ກັນກັບຂໍສິນເຊື່ອລົດທົ່ວໆໄປ ພຽງແຕ່ນຳເອກະສານໄປຍື່ນໃຫ້ກັບສະຖາບັນການເງິນ ນັດມື້ປະເມີນລົດ ລໍຖ້າໃຫ້ສະຖາບັນການເງິນອະນຸມັດວົງເງິນ ຈາກນັ້ນກໍ່ສາມາດນຳເງິນໄປຈ່າຍໃຫ້ກັບເຈົ້າຂອງລົດເດີມ ພຽງເທົ່ານີ້ກໍ່ຮຽບຮ້ອຍໄດ້ລົດໄວ້ໃຊ້ງານຕາມຕ້ອງການແລ້ວ

ແນວໃດກໍ່ຕາມ ເຖີງວ່າການຊື້ລົດໃຫຍ່ມືສອງຈາກຄົນຮູ້ຈັກຈະມີຂໍ້ດີບ່ອນທີວ່າຮູ້ປະຫວັດການໃຊ້ງານຂອງລົດ ແລະ ສາມາດຕໍ່ລອງລາຄາໄດ້ງ່າຍກວ່າ ແຕ່ຈະດີກວ່ານີ້ຖ້າໄດ້ຮູ້ວ່າລົດຄັນທີຊື້ມານັ້ນໄດ້ຮັບຮອງຄຸນນະພາບວ່າສາມາດໃຊ້ງານໄດ້ແບບບໍ່ມີປັນຫາ

callcenter :020-29880022
WhatsApp :020-29880022
ເປີດໃຫ້ບໍລິການວັນຈັນ-ສຸກ 8:15 -17:00 ໂມງ
ວັນເສົາ 8:15 - 15:30 ໂມງ

กิจกรรมอื่น

ລົດຈັກໃຫມ່ ສາມາດວ່າງດາວໄດ້ຕ່ຳໆ ເລີ່ມຕົ້ນດາວພຽງ 15% ເທົ່ານັ້ນ​
ดูเพิ่มเติม
ຢາກໃຫ້ອະນຸມັດສິນເຊື່ອໄວຂື້ນບໍ່?
ดูเพิ่มเติม
ຮ່ວມພັດທະນາເຊົ່າສິນເຊື່ອ ຈຳກັດ
ดูเพิ่มเติม